ວິທີການປູກເຂົ້ານາກ້າກີບດຽວ(SRI)

in #thai6 years ago (edited)

ສະບາຍດີຫມູ່ເພືອນsteemainທີ່ຮັກທຸກຄົນ ມື້ນີ້ຂ້ອຍຊິພາທຸກຄົນໄປເບີ່ງການປູກເຂົ້ານາກ້າກີບດຽວຂອງປະຊາຊົນເມືອງຊຽງເງິນ ວ່າເຂົາເຈົ້າມີວິທີການແບບໃດແດ່ ເພາະວ່າໂຕນີ້ເປັນເຕັກນິກການສົ່ງເສີມຂອງວິຊາການ ພະແນກກະສິກຳພວກເຮົາ ທີ່ລົງຊຸກຍູ້ສົ່ງເສີມປະຊາຊົນ
FB_IMG_1531205620376.jpg
ຂັ້ນຕອນທຳອິດກ່ອນຈະປູກເຂົ້ານາກໍ່ຈະມີດັ່ງນີ້:
-ຕ້ອງຄັດເລືອກເມັດພັນ(ເມັດພັນຈະຕ້ອງໃຊ້ເມັດພັນທີ່ປັບປຸງ) ຊື່ງເປັນເມັດພັນທີ່ນຳໃຊ້ໂດຍສະເພາະປີໃດປີນັ້ນມັນຈະໃຫ້ຜົນຜະລິດໄດ້ດີ
-ຕົກກ້າ
ການຕົກກ້າທຳອິດກໍ່ຈະມີການກຽມ ແລະ ຖາງບໍລິເວນທີ່ເຮົາຈະຫວ່ານກ້າ ໃຫ້ສະອາດ ໂດຍປາສະຈາກມົດແມງທີ່ຈະມາກັດກິນເມັດເຂົ້າກ້າ ແລະ ການຕົກກ້າ ບາງຄອບຄົວກໍ່ມັກກ້າແຫ້ງຊື່ງກ້າແຫ້ງຈະປູກໃສ່ບໍລິເວນກາງເດີນດິນແຫ້ງທຳມະດາ ແລະ ບາງຄອບຄົວກໍ່ມັກກ້າປຽກ ຊື່ງຈະຫວ່ານໃສ່ກາງນາ ຊື່ງຈະເລືອກເອົານາໄຮ່ຫນື່ງເປັນບ່ອນຫວ່ານກ້າໂດຍສະເພາະ ຊື່ງການຕົກກ້າຈະໃຊ້ເວລາຢູ່ປະມານ1ເດືອນ ກໍ່ສາມາດປູກໄດ້ແລ້ວ
-ໄຖນາ
ກ່ອນຈະໄຖນາໄດ້ ໃນກາງນາຕ້ອງມີນ້ຳພຽງພໍແລະຖ້ານ້ຳພຽງພໍແລ້ວກໍ່ຕ້ອງລໍຖ້າໃຫ້ດິໜາມີຄວາມອ່ອນນຸ້ມແລ້ວກໍ່ສາມາດໄຖນາໄດ້ ການໄຖນາກໍ່ຄືການໄຖຟື້ນດິນຂື້ນໂດຍໃຫ້ດິນມີການຫມັກບົ່ມ ແລະ ເຮັດໃຫ້ຫຍ້າເນົ່າເພື່ອໃຫ້ໄດ້ທາດອາຫານແກ່ຕົ້ນເຂົ້ານັ້ນເອງ ຈະໃຊ້ເວລາໄຖປະໄວ້ປະມານ3-5ມື້
-ລວດນາ
ຈາກນັ້ນກໍ່ລວດນາ ການລວດກໍ່ຄືການທີ່ເຮັດໃຫ້ກ້ອນຂີ້ໄຖນານັ້ນນ້ອຍລົງ ເປັນເນື້ອຍ່າງລະອຽດອ່ອນ ເພື່ອໃຫ້ມີຄວາມສະດວກໃນການປູກ ເພາະຖ້າດິນເປັນກ້ອນບໍ່ເປັນເນື້ອລະອຽດຕົ້ນເຂົ້າກໍ່ຈະປູກບໍ່ຢູ່ຕິດດິນເຮັດໃຫ້ຕົ້ນເຂົ້າລົ້ມສະຊາຍນັ້ນເອງ
-ຂີດໄລຍະຫ່າງການປູກ
ການຂີດໄລຍະຫ່າງການປູກກໍ່ເພື່ອເຮັດໃຫ້ຕົ້ນເຂົ້າມີໄຍຽລຍະຫ່າງສະໝ່ຳສະເໝີກັນນັ້ນເອງເວລາເບີ່ງກໍ່ເປັນລະບຽບງາມຕາ
-ປູກເຂົ້ານາ
ຫລັງຈາກຂີດແລ້ວໆຜູ້ທີ່ກຽມເອົາກ້າລົງກໍ່ເອົາລົງຍາຍໃສ່ຕາມບໍລິເວນກາງນາທີ່ຈະປູກ
IMG-20180707-WA0003.jpg
ຈາກນັ້ນກໍ່ລົງມືປູກ
IMG-20180707-WA0014.jpg
ຊື່ງການປູກບາງຄອບຄົວທີ່ມີແຮງຫລາຍກໍ່ມີການໄປເອົາແຮງກັນ ຈາກນັ້ນກໍ່ປ່ຽນຜຽນກັນມາຕອບແຮງກັນ
IMG-20180707-WA0005.jpg
ແລະ ຖ້າບາງຄອບຄົວທີ່ບໍ່ມີແຮງງານກໍ່ຈະມີການຈ້າງກັນດ້ວຍເງີນຊື່ງຄິດໄລ່ເປັນມື້ລະ50,000ກີບຕໍ່ຄົນຕໍ່ມື້
IMG-20180707-WA0000.jpg
ແລະເຂົ້າກ້າກໍ່ຈະໃສ່ແຕ່ພຽງກີບດຽວເທົ່ານັ້ນ ເພາະຕາມໂຄງການຂັ້ນເທິງເພີ່ນມາສົ່ງເສີມແມ່ນເນັ້ນໃຫ້ໃສ່ສະເພາະແຕ່ພຽງກີບດຽວ ເພາະຖ້າໃສ່ຫລາຍກີບຈະເຮັດໃຫ້ເຂົ້ານາມີອາຫານບໍ່ພຽງພໍ ຈະຍາດແຍ່ງອາຫານກັນ ຈາກນັ້ນເຂົ້ານາຈະບໍ່ມີການແຕກກໍ ກາຍເປັນຕົ້ນນ້ອຍ ຕົ້ນລີບ
IMG-20180709-WA0001.jpg
ແລະ ເມື່ອເຖິງເວລາອອກຮ່ວງ ກໍ່ຈະອອກຮ່ວງນ້ອຍໃຫ້ເຂົ້າໄດ້ຫນ້ອຍນັ້ນເອງ ສະນັ້ນທາງພັກ-ລັດຂັ້ນເທິງຈີ່ງໄດ້ຄົ້ນຄວ້າຊອກໂຄງການຊ່ວຍເຫຼືອນຳຕ່າງປະເທດເພື່ອມາຊຸກຍູ້ສົ່ງເສີມປະຊາຊົນໃຫ້ປູກເຂົ້າກ້າກີບດຽວ
IMG-20180709-WA0000.jpg
ແລະ ສົ່ງເສີມໃຫ້ໃສ່ຝຸ່ນໃສ່ປຸ໋ຍ ກະຄື ຂີ້ສັດລ້ຽງຂອງຊາວບ້ານນັ້ນ້ອງ ເພາະການທີ່ປູກເຂົ້າແບບກ້າກີບດຽວນີ້ຈະເຮັດໃຫ້ຕົ້ນເຂົ້າໄດ້ຮັບທາດອາຫານພຽງພໍ ແລະ ແຕກໜໍແຕກກໍໄດ້ຫລາຍໆຕົ້ນ ແລະ ເວລາອອກຮ່ວງກໍ່ຈະອອກຮ່ວງໄດ້ຫລາຍ ແລະ ເມັດເຂົ້າກໍ່ຈະເຕັ່ງຕືງ ທີ່ເຮົາມັກເອີ້ນວ່າເມັດໃຫຍ່ເມັດງາມນັ້ນເອງ😍
ເວລາເກັບກ່ຽວມາກໍ່ຈະໄດ້ຮັບຜົນຜະລິດໄດ້ດີກວ່າການປູກແບບທຳມະດາທົ່ວໄປ ຕາມທີ່ເຮັດເຄີຍປູກຜ່ານມາ ສະນັ້ນແລ້ວພັກ-ລັດຈີ່ງບໍ່ຍຸດທີ່ຈະສົ່ງເສີມປະຊາຊົນໃຫ້ມີຢູ່ມີກິນທີ່ດີ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ
ຫລັງຈາກປູກເຂົ້າແລ້ວ, ຮອດເວລາພັກຜ່ອນກິນເຂົ້າທ່ຽງ ພວກເຈົ້າຂອງນາກໍ່ຈະມີຄວາມຮັບຜິດຊອບໃນເລື່ອງອາຫານການກິນໃຫ້ແກ່ຜູ້ທີ່ມາຊ່ວຍປູກເຂົ້ານານັ້ນເອງ
IMG-20180709-WA0007.jpg
ກໍ່ຖືວ່າເປັນຄວາມສາມັກຄີກັນຢ່າງຫນື່ງຂອງຊາວນາເຮົາ ແລະ ການກິນເຂົ້າແບບນີ້ກໍ່ມີຄວາມແຊບຫຼາຍເພາະ ມັນກໍ່ຈະມີເວລາຫິວແດ່ຫນ້ອຍຫນື່ງ ເພາະການປູກເຂົ້ານາຖ້າມັນນານແລ້ວມັນກໍ່ອາດຈະເລີຍເວລາກິນເຂົ້າທ່ຽງໄປແດ່ຫນ້ອຍຫນື່ງ ແຕ່ກະບໍ່ເປັນຫຍັງ ມັນກໍ່ຈະແຊບດີກວ່າທຸກໆມື້ແດ່ເນາະ ຄືກັບຄຳເພີ່ນວ່າ: (ຢາກິນເຂົ້າແຊບຊຽງໝ້ຽງໃນຕຳນານ) 😄ເພາະຂ້ອຍກະເຄີຍຜ່ານຈຸດນີ້ມາແລ້ວເຊັ່ນກັນ ມັນທັງມີຄວາມມ່ວນຊື່ນ ເພາະຫລາຍຄົນຕ່າງກໍ່ມີເລື່ອງນັ້ນເລື່ອງນີ້ມາເລົ່າສູ່ກັນຟັງ ບໍ່ວ່າຈະເປັນເລື່ອງເສົ້າ ຫຼື ເລື່ອງຕະລົກກໍ່ມີປະປົນກັນໄປ😀 ໃນເວລາປູກນາ ແລະ ມີການຍອກໄຍກັນໄປນຳ ເຖິງວ່າຈະເມື່ອຍຊຳໃດແຕ່ສຳລັບຂ້ອຍແລ້ວຖືວ່າຄຸ້ມຫລາຍກັບການທີ່ໄດ້ມີປະສົບການແບບນີ້😃 ເພາະເວລາເມື່ອຍມັນກໍ່ຍັງມີສຽງຫົວຂວັນຫລາຍໆສຽງທີ່ພວກເຂົາເວົ້າເຍາະເຍີ້ຍຍອກໄຍກັນໃນເວລາກົ້ມປູກເຂົ້ານາ ຊື່ງເຮັດໃຫ້ຄວາມອິດເມື່ອຍນັ້ນຫາຍໄປຕາມປິດຖີ້ມເລີຍ ແຕ່ຄວາມຮູ້ສຶກນີ້ກໍ່ຈະມີພຽງຊາວໄຮຊາວນາແບບເຮົາເທົ່ານັ້ນເນາະທີ່ຮັບຮູ້😆

Coin Marketplace

STEEM 0.26
TRX 0.11
JST 0.033
BTC 64999.89
ETH 3101.81
USDT 1.00
SBD 3.87