Meeting The Youth Of Department Agriculture and forestry

in #thai6 years ago

ສະບາຍດີເພືອນໆຊາວທຸກຄົນທັງຊາວໄທ ແລະ ຊາວລາວທີ່ຮັກທຸກຄົນ ມື້ນີ້ໃນOfficeເຮົາກໍ່ມີປະຊຸມຕັ້ງແຕ່ເວລາ08:00' ຂ້ອຍກະເລີຍມາການເຊົ້າເປັນພິເສດ ເພາະປົກກະຕິມາການກະປະມານ8:15ຈື່ງອອກເຮືອນແຕ່ມື້ນີ້ອອກເຮືອນຕັ້ງແຕ່07:45ນາທີ ໄວກວ່າທຸກມື້ ແຕ່ລົດກະຕິດຫລາຍ ບ້ານເຮົາດຽວນີ້ລົດກະຫລາຍແລ້ວແຕ່ຫົນທາງກະຍັງຄືເກົ່າຢູ່ເນາະ ເພາະມື້ນີ້ທາງofficeໄດ້ຈັດກອງປະຊຸມຂະບວນການແຂ່ງຂັນ5ເປັນເຈົ້າຂອງກຳມະບານ ພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງນັ້ນເອງ
FB_IMG_1528250594154.jpg
ເປັນກອງປະຊຸມທີ່ມີການປະກາດລາຍຊື່ຜູ້ທີ່ມີຜົນງານດີເດັ່ນເປັນຕົ້ນແມ່ນຈຳພວກທີ່ຈະກຽມເຂົ້າເປັນສະມາຊິກພັກນັ້ນເອງ
FB_IMG_1528250589966.jpg
ສ່ວນເຮົາທີ່ກະຫາສ້າງຜົນງານຄົງຍັງອີກດົນທີ່ຈະໄດ້ເຂົ້າອົງການຈັດຕັ້ງນີ້ ແຕ່ແນວໃດກໍ່ຈະພະຍາຍາມສ້າງຜົນງານ ແລະ ຍາດມັນມາໃຫ້ໄດ້ແນ່ນອນ
IMG_20180606_090212.jpg
ສາມສາວທີ່ຢູ່ນຳກັນນີ້ຍັງບໍ່ທัນມີໃຜໄດ້ຈັກຄົນເທື່ອເດີແຕ່ກຳລັງພາກັນສ້າງຜົນງານຢູ່ເນາະ ແນວໃດກະຂໍສູ້ໆໆໆມັນຄົງບໍ່ເຫນືອຄວາມສາມາດຂອງເຮົານັ້ນເອງ
IMG_20180606_090041.jpg
ສະມາຊິກກຳມະບານກະເປັນອີກອົງປະກອບຫນື່ງທີ່ພະນັກລັດທຸກຄົນຈະຕ້ອງໄດ້ເຂົ້າບັນຈຸ ເພາະຖ້າຜູ້ໃດບໍ່ໄດ້ບັນຈຸກະຖືວ່າບໍ່ເປັນຄົນທີ່ບໍ່ມີຜົນງານ ແລະ ຕໍ່ໄປກະບໍ່ສາມາດເຂົ້າເປັນສະມາຊິກພັກໄດ້ ສະນັ້ນແລ້ວຕ້ອງໄດ້ຜ່ານອົງການຈັດຕັ້ງຕ່າງໆເຊັ່ນ:ແມ່ຍິງ (ອົງການນີ້ຈະມີແຕ່ແມ່ຍິງເທົ່ານັ້ນ ຈະບໍ່ມີຜູ້ຊາຍເດີ ເພາະເປັນແມ່ຍິງ3ດີ ນັ້ນເອງ)ຕໍ່ມາຈະເປັນອົງການຈັດຕັ້ງຂອງຊາວຫນຸ່ມ
,ອົງການຈັດຕັ້ງກຳມະບານ ແລະ ສຸດທ້າຍກະຄືອົງການຈັດຕັ້ງສະມາຊິກນັ້ນເອງ ເປັນອົງການທີ່ສຳຄັນທີ່ສຸດ ເພາະອົງການນີ້ຈະນຳພາພວກເຮົາໄດ້ເປັນເຈົ້າເປັນຫົວຫນ້າຫນ່ວຍງານຫຼືໄດ້ອາດໄດ້ເປັນຫົວຫນ້າຂະແຫນງສຸດທ້າຍຈົນຮອດຫົວຫນ້າພະແນກນັ້ນເອງ ນີ້ເປັນຄວາມຝັນຂອງຂ້ອຍນັ້ນເອງ555ເອງຝັນສູງເກີນໄປແຕ່ກະຍ່າເນາະມັນເປັນຄວາມໄຝ່ຝັນຂອງເຮົາຊື່ໆໄດ້ຊຳໄດ່ກະເອົາຊຳຫັ້ນເນາະ ຕາມຄວາມສາມາດຂອງເຮົາຫັ້ນແລະ ບໍ່ວ່າໃຜໆກໍ່ຕ້ອງມີຄວາມໄຝ່ຝັນກັນທັ້ງນັ້ນແຕ່ກະຂໍໃຫ້ໄຝ່ຝັນກັນແບບພໍດີໆ ຍ່າຝັນໄກຈົນເກີນຕົວເນາະທຸກຄົນເພາະອະນາຄົດເຮົາເບີ່ງບໍ່ເຫັນ ແລະ ບໍ່ຮູ້ວ່າຜົນຕາມມາທີ່ຫລັງມັນຈະເກີດຫຍັງຂື້ນກັບເຮົາ ສະນັ້ນຕ້ອງຄິດແລະ ທົບທວນໃຫ້ມັນດີໆເສຍກ່ອນໆທີ່ຈະຕັດສິນໃຈເຮັດຫຍັງລົງໄປ

ຮັກແລະເປັນຫວ່ງທຸກຄົນເດີ:)

Coin Marketplace

STEEM 0.26
TRX 0.11
JST 0.033
BTC 65012.58
ETH 3101.28
USDT 1.00
SBD 3.86