ປີ້ງປາແຄມໜອງ ໃນກາງທົ່ງນາເຂົ້າ.

in #esteemlaos6 years ago

image
ສະບາຍດີ ວັນອັງຄານທຸກໆຄົນທາງ steemit ມື້ນີ້ຂ້ອຍຊິມາເລົ່າບັນຍາກາດຍາມແລງກຳລັງມືດໆໃນແຄມໜອງປາຂ້ອຍໃຫ້ພວກເຈົ້າໄດ້ຟັງກັນ.
ມື້ວານນີ້ເອງ ຂ້ອຍພ້ອມກັບພິມງານອ້າຍໜຸ່ມບໍ່ແຕນສີ່ຄົນ ໄດ້ພາກັນໄປຈັບປານາຂ້ອຍທີ່ຢູ່ໃກ້ໆກັບເຮືອນຂອງຂ້ອຍນີ້ເອງ ການຈັບປາໃນໜອງມື້ຄືນຂ້ອຍຫາກະເຫັນນິລະ555 ເບີ່ງແຕ່ສະພາບຂ້ອຍນິນ່າບໍ່ເປັນຕາເອົາຈັບນ່ອຍເລີຍ ຮ່າງກາຍເປິເປື້ອນດ້ວຍຂີ້ຕົມໃນໜອງປາຫັ້ນລະ ແຕ່ກະບໍ່ເປັນຫຍັງ ສີ່ງໄດເຮົາເຮັດແລ້ວຄົນອື່ນແລະເຮົາເອງມີຄວາມສຸກກະເຮັດໂລດ. image
ມື້ວານນີ້ມ່ວນຫຼາຍ ຂ້ອຍຊິເວົ້າໃຫ້ຟັງເດີ ໃນເມື່ອປາໜົດມັນກະບໍ່ຍາກເພາະວ່າປາໜົດຍາມໄດເຮົາກະຫວ່ານແຫລົງໜອງໂລດ55...ນິແລະຂ້ອຍວ່ານະຄວາມສຸກມັນບໍ່ໄດ້ຫາຍາກພຽງແຕ່ວ່າເຮົາພໍໃຈແລະມີຄວາມສຸກກັບຄົນອື່ນຮູ້ຈັກແບ່ງປັນໃຫ້ຄົນອື່ນໃຊ້ຊີວິດແບບພໍພຽງບໍ່ໂລບມາກໂລພາ ຊ່ຳນີ້ຊີວິດໃນຊາດນີ້ຂອງເຈົ້າຂ້ອຍຂໍຮັບປະກັນວ່າມີຄວາມສຸກຕະຫຼອດຊາກແນ່ນອນເລີຍແລະ.
ມື້ວານນີ້ຂ້ອຍພ້ອມພິມງານພາກັນມີຄວາມສຸກແລະມ່ວນຊື່ນຫຼາຍເພາະວ່າປີ້ງປາແກ້ມເຫຼົ້າຂາວບ້ານເຮົານິແລະ ບໍ່ໄດ້ຊື້ໃຜກີນ ເພາະວ່າເຮົາຮູ້ຈັກວິທີການຕົ້ມເຫຼົ້າກິນເອງພາຍໃນຄອບຄົວ ແຕ່ວ່າເຮົສຈະບໍ່ຕົ້ມເພື່ອຈຳໜ່າຍຫຼືຂາຍເພາະຕຳຫຼວດຫວງຫ້າມບໍ່ໃຫ້ຜະລິດສີ່ງມືນເມົາເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອານຸຍາດຈາກເຈົ້າໜ້າທີ່ກ່ອນ. image
ນີ້ແລະໜູ່ເພື່ອນເອີຍຊີວິດຂອງຂ້ອຍໃນແຕ່ລະມື້ແຕ່ລະວັນນະບໍ່ມີຫຍັງຫຼາຍເພາະຂ້ອຍໃຊ້ຊີວິດຕິດດີນມາແຕ່ນ້ອຍໆຈົນມາດຽວນີ້ຂ້ອຍຍັງຮັກໃນສີ່ງທີ່ຂ້ອຍເປັນຢູ່ ແລະ ພູມໃຈຫຼາຍ ທີ່ເກີດມາເປັນລູຊາວນາ ເພາະຄວາມຈົນນິແລະທີ່ພາໃຫ້ຂ້ອຍມີກຳລັງໃຈຮືດສູ້ຕໍ່ໄປເພື່ອເອົາຊີວິດໃຫ້ລອດດ້ວຍໂຕຂ້ອຍເອງ ເພື່ອແບ່ງເບົາພາລະຈາກພໍ່ກັບແມ່.
ສຸດທ້າຍນີ້ກະຂໍຝາກໃຫ້ໝູ່ເພື່ອນຊ່ວຍ ໂຫວດ ເພື່ອເປັນກຳລັງໃຈໃຫ້ກັບຂ້ອຍແລະພິມງານອ້າຍໜຸ່ມບໍ່ແຕນແດ່ເດີ.
ຂອບໃຈ ສຳລັບການເສຍເວລາເຂົ້າມາອ່ານຂອງທ່ານ
I love steemit
By:andy2.

Coin Marketplace

STEEM 0.30
TRX 0.11
JST 0.033
BTC 64320.07
ETH 3154.23
USDT 1.00
SBD 4.34