ຄວາມສຸກຂອງຄົນບ້ານນອກ

in #esteemlaos6 years ago

ສະບາຍດີໝູ່ເພື່ອນໃນ steemit ທີ່ນ່າຮັກທຸກໆຄົນ ມື້ນີ້ຂ້ອຍຈະມາເລົ່າເລື່ອງການຫາກີນຂອງເດັກບ້ານນອກໃຫ້ທຸກຄົນໄດ້ຮັບຮູ້ໄປພ້ອມໆກັນ. image
ມື້ນີ້ຂ້ອຍແລະຫຼານຊາຍໄດ້ພາກັນລົງໜອງເພື່ອຈັບປາໃນໜອງນ້ຳແຄມເຮືອນ ການໃຊ້ຊີວິດແບບບ້ານໆສະບາຍສະບາຍໃຊ້ຊີວິດແບບຫາເຊົ້າກິນຄ່ຳຊ່ຳນີຄວາມສຸກກະເກີດຂື້ນແລ້ວລະ.
ການທີ່ເຮົາມີຢູ່ມີກິນ ໃຊ້ຊີວິດແບບພໍພຽງແລະສາມາດລ້ຽງກຸ້ມຊີວິດຂອງຄົນພາຍໃນຄອບຄົວເຮາໄດ້ເຮົາກໍ່ບໍ່ຕ້ອງໂລບມາກຈົນເກີນໄປເພາະການທີ່ເຮົາໂລບມາກຫຼາຍນັ້ນອາດຈະເຮັດໃຫ້ຄອບຄົວເກີດມີຂໍ້ຂັດແຍ່ງລະຫວ່າງຄົນພາຍໃນເຮືອນດຽວກັນເອງ ຈົນອາດເຮັດໃຫ້ເກີດຄອບຄົວບໍ່ມີຄວາມສະຫງົບສຸກ ແລະ ອາດແຕກແຍກພັດພາກຈາກຄອບຄົວໄດ້.
ດັ່ງນັ້ນ ການໃຊ້ຊີວິດແບບພໍພຽງນິແຫຼະ ທີ່ຈະນຳພາເຮົາໄປສູ່ຄວາມສຸກທີ່ຍິ່ງໃຫຍ່ທີ່ເກີດຈາກການກຳທຳທີ່ເຮົາສ້າງຂື້ນ.
ມື້ວານນີ້ ຂ້ອຍແລະຫຼານຊາຍໄດ້ພາກັນຈັບປາໄດ້ຫຼາຍໂຕເຕີບ ປາໃນໜອງເຮົາແມ່ນບໍ່ໄດ້ເກືອຫົວອາຫານແຕ່ເຮົາເອົາຖົ່ວດິນທີ່ເປັນແມງນຳມາບົດ ແລະ ໃຊ້ຮຳເກືອ ເພາະວ່າການລ້ຽງປາຈາກທຳມະຊາດທີ່ເຮົາມີນີ້ລະ ຈື່ງຈະເຮັດໃຫ້ເນື້ອປາແຊບ ມັນ ແລະ ປາກະໂຕໃຫຍ່ໄວ ພວກເຮົາລ້ຽງປາແບບນີ້ມາແຕ່ດົນນານຫຼາຍປີເຕີບແລ້ວດັ່ງນັ້ນ ເຮົາຈື່ງມີປະສົບການໃນການລ້ຽງແລະມີຄວາມຮູ້ຈາກຄົນໃນຄອບຄົວ ຈາກນັ້ນເຮົາຍັງໄດ້ຮຽນຮູ້ນຳຜູ້ອື່ນໆທີ່ເຂົາມີຄວາມຮູ້ກ່ຽວກັບການລ້ຽງປາຂາຍໂດຍກົງຕື່ມອີກ. image
ປາທີ່ຂ້ອຍແລະຫຼານທັງສອງໄດ້ຈັບມາເຮັດກິນແລງນັ້ນ ພໍ່ກັບແມ່ໄດ້ພາກັນເຮັດລາບປາ ຄວາມແຊບນີ້ບໍ່ຖ້າວ່າ ເພາະສຸດຍອດອາຫານບ້ານນາໃນຍາມແລງເລີຍແຫຼະຄັນຊິວ່ານະ55.. ມື້ໃດທີ່ໝູ່ເພື່ອນຫວ່າງຂ້ອຍກະຢາກເຊີນຊວນມາທ່ຽວບ້ານຂ້ອຍແດ່ເດີ ເພາະວ່າບັນຍາກາດຢູ່ບ້ານນານີ້ຫາຊົມວິວໄດ້ຍາກ ດັ່ງນັ້ນໃຜມີໂອກາດຂ້ອຍກະຢາກໃຫ້ມາສຳຜັດແລະຂ້ອຍຊິພາຊິມນ້ຳໝາກພ້າວຫວານ ທີ່ເປັນເອກະລັກຂອງເມືອງແລະບ້ານ ບໍແຕນ ດິນແດນໝາກພ້າວຫວານມາແຕ່ດົນນານ. image
ສຸດທ້າຍນີ້ ກະຢ່າລືມ ໂຫວດ ເພື່ອເປັນກຳລັງໃຈໃຫ້ກັບຂ້ອຍແດ່ເດີ
ຂໍຂອບໃຈທີ່ເພື່ອນໆທຸກຄົນເສຍເວລາອັນມີຄ່າຂອງທ່ານເຂົ້າມາອ່ານ ອັນໃດມີປະໂຫຍດກະຂໍໃຫ້ເກັບໄປເປັນຂໍ້ຄິດ ອັນໄດບໍດີຍັງບໍ່ສອດຄ່ອງຖືກຕ້ອງ ກະສາມາດຄອມເມັ້ນໄວ້ດ້ານລຸ່ມໄດ້ເດີ ທຸກຄົນ.
ຂໍຂອບໃຈ🙏🤗

Coin Marketplace

STEEM 0.30
TRX 0.12
JST 0.033
BTC 64400.33
ETH 3140.71
USDT 1.00
SBD 3.93