Hello monday.

in #esteemlaos6 years ago

ສະບາຍດີໝູ່ເພື່ອນທາງsteemitໝົດທຸກຄົນ. image
ມື້ນີ້ຂ້ອຍຈະມາເວົ້າກ່ຽວກັບການຂົນດີນຈາກພູເຂົາແຄມບ້ານມາໃສ່ພື້ນເຮືອນໃໝ່ໃຫ້ທຸກຄົນໄດ້ຟັງກັນ. ອາກາດມື້ວານນີ້ແມ່ນບໍ່ຮ້ອນຫລາຍເພາະວ່າບໍ່ມີແດດອອກເລີຍ ສຳລັບບ້ານບໍ່ແຕນ ແຂວງໄຊຍະບູລີ ແຕ່ກະອົບເອົ້າພໍສົມຄວນ. image
ເພາະວ່າມື້ວານນີ້ຝົນຕົກລິນແຕ່ກະບໍ່ເປັນບັນຫາຫຍັງກັບເຮົາເລີຍ ແຕ່ລະຄົນແມ່ນພາກັນເອົາໃຈໃສ່ແລະຕັ້ງຫນ້າປະຕິບັດໜ້າທີ່ຂອງຕົນເອງຈົນສຳເລັດລຸລ່ວງໄປດ້ວຍດີ ມື້ວານນີ້ພວກເຮົາໄດ້ພາກັນຂົນດີນໄດ້ທັງໝົດແມ່ນ 6ຄັນລົດ ຫົກລໍ້ນ້ອຍ.
ການໄດ້ເຮັດວຽກຮ່ວມກັນໃນຄັ້ງນີ້ແມ່ນມັນໄດ້ເຮັດໃຫ້ພວກເຮາຮູຈັກຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ໃນເມື່ອເຮົາໝົດທຸກຄົນນີ້ມີຄວາມສາມັກຄີປອງດອງກັນແລ້ວບໍ່ວ່າວຽກງານນັ້ນຈະຍິ່ງໃຫຍ່ຫຼືຫຍຸ້ງຍາກປານໄດກໍຕາມ ເຮົາກໍ່ສາມາດຜ່ານຜ່າອຸປະສັກນັ້ນໄປດ້ວຍດີແລະຜົນຕອບແທນກໍຈະສົມດັ່ງທີ່ເຮົາຄາດຫວັງໄວ້.
ມື້ວານນີ້ພວກເຮົາແຕ່ລະຄົນແມ່ນພາກັນເມື່ອຍຫຼາຍແຕ່ກະມີຮອຍຍີ້ມນີ້ແຫຼະທີ່ພາໃຫ້ເຮົາມີເຫື່ອແຮງກັບຄືນມາອີກຄັ້ງ ວຽກງານທີ່ພວກເຮາພາກັນຂົນດີນໃນມື້ວານນີ້ແມ່ນສຳເລັດດ້ວຍດີ.
ຍາມຄ່ຳຄ້ອຍຕາເວັນລັບພູເຂົາ ພວກເຮົາແມ່ນໄດ້ພາກັນກີນເຂົ້າແລງສາມັກຄີຮ່ວມກັນຢ່າງມີຄວາມສຸກແລະອົບອຸ່ນໃຈໂດຍການສ້າງສັນກັນເລັກໆນ້ອຍ ດ້ວຍການດື່ມເບຍລາວນິລະ.
ເປັນຈັ່ງໄດກະຂໍຝາກຕິດຕາມແລະຂໍຂອບໃຈນຳໝູ່ເພື່ອນທຸກຄົນ ທີ່ໄດ້ເສຍສະຫຼະເວລາເຂົ້າມາອ່ານ. image
ສຸດທ້າຍກະຢ່າລືມ ໂຫວດ ເພື່ອເປັນກຳລັງໃຈໃຫ້ກັບຂ້ອຍແດ່ເດີ ເພື່ອມື້ອື່ນຂ້ອຍຈະນຳສາລະດີໆມີປະໂຫຍດມາໃຫ້ເພື່ອນໆທີ່ນ່າຮັກແລະໃຈດີທຸກຄົນໄດ້ອ່ານກັນ.
ສຳລັບມື້ນີ້ກະຂໍຂອບໃຈຫຼາຍໆ.
I love steemit
By:andy2.

Sort:  

เด็กน้อย ขยันหลายๆ 👍

คักๆๆ

ແຫ່ງເລົ່າຄັກເວີຍໃຊ້ພາສາລາວແລ້ວວະ

Coin Marketplace

STEEM 0.28
TRX 0.11
JST 0.034
BTC 66258.39
ETH 3170.93
USDT 1.00
SBD 4.07