ຮຽນມື້ທຳອິດ

in #esteemlaos6 years ago

HELLO MY FRIENDS IN STEEMIT AND esteem

::: ສະບາຍດີໝູ່ເພື່ອນໝົດທຸກຄົນ ມື້ນິ້ແມ່ນໄດ້ເລີ່ມການຮຽນສ້ອມແປງຄອມພິວເຕີ້ເປັນມື້ທຳອິດເນາະ ເຊິ່ງກະເປັນການໄດ້ຮູ້ຈັກໝູ່ໃໝ່ ແລະ ອ້າຍເອື້ອຍນ້ອງເພີ່ມເຂົ້າມາໃນໂຕເນາະເຊິ່ງໃນມື້ກະໄດ້ໃຄົນຮຽນນຳກັນທັງໝົດ 15 ຄົນເນາະເພາະມີຄົນຂາດ 5 ຄົນເພາະເນື່ອງຈາກມີວຽກຈຳເປັນເລີຍໄປເຂົ້າຮ່ວມການຮຽນນຳກັນບໍ່ໄດ້ ແຕ່ຂ້າພະເຈົ້າກະຫວັງວາາມື້ອື່ນທຸກຄົນຄົງຈະມາຄົບໜ້າຄົຍຕາກັນໝົດທຸກຄົນເນາະ ມື້ນີ້ກະຮູ້ສຶກຍິນດີຫຼາຍກັບການທີ່ໄດ້ຮູ້ຈັກໝູ່ ແລະ ອ້າຍເອື້ອຍນ້ອງໃໝ່ໆ ເພາະເອົາໄວ້ສອບຖາມ ແລະ ແລກປ່ຽາບົດຮຽນນຳກັນ.
IMG-20180709-WA0008.jpg
::: ມື້ທຳອິດກະຖືວ່າແຮກໝານເນາະມີສາວນັ່ງນຳ ຮາຮາຮາ ຈັກແມ່ນແຟນເຂົາເຈົ້າກະບໍ່ຮູ້ເດີເພາະຂ້ອຍກະບໍ່ໄດ້ຖາມວ່າມີແຟນແລ້ວບໍ່ເພາະຢ້ານໜ້າແຕກ ຖືວ່າໂຊກດີໄປໄດ້ນັ່ງນຳຄົນງາມເນາະ ຮຽນນຳກັນມື້ນີ້ກະປານຄົນຮູ້ຈັກກັນມາກ່ອນຖຽງກັນຈົນໝົດຊົ່ວໂມງຮຽນຈັ່ງແມ່ນເນາະນາງອັນນິ ຈັ່ງແມ່ນຂີ້ສໍ້ ສຳລັບການຮຽນໃນມື້ນີ້ກະຖືວ່າຍາກພໍສົມຄວນເນາະຂັ້ນສ່າມີພື້ນຖານໃນການມ້າງເຄື່ອງຄອມຕັ້ງມາແລ້ວແຕ່ບໍ່ທັນເຄຍມ້າງເຄື່ອງໂນດບຸກມື້ນີ້ໄດ້ເຈີກັບໂຕເອງຖືວ່າຍາກສຸດເຊື່ອສິມ້າງ ແລະ ປະກອບແລ້ວໃຊ້ເວລາຊົ່ວໂມງເຄິ່ງຈັກຈະຜ່ານ ຫຼື ບໍ່ເນາະເພາະເພິ່ນໄດ້ເອົາໂນດບຸກໜ່ວຍມັນເພມາໃຫ້ຂ້ອຍມ້າງແບັດກະບໍ່ມີບໍ່ຮູ້ວ່າ ມ້າງແລ້ວຈະເປີດຂຶ້ນໄດ້ຄືເກົ່າບໍ່ ເຊິ່ງສຳຫຼັບອາຈານສອນແມ່ນສອນໄດ້ດີຫຼາຍການເວົ້າຈາກັບບັນດານ້ອງໆນັກຮຽນນັກສຶກສາກະເວົ້ານົວຫົວມ່ວນເປັນຄົນອາລົມດີ ແລະ ເປັນກັນເອງຫຼາຍບຊ່ໃຊ້ອຳນາດໃນການສອນ ແລະ ການອະທິບາຍບົດຮຽນກະເຂົ້າໃຈດີຫຼາຍ.
IMG-20180709-WA0011.jpg
::: ສຳລັບຂ້າພະເຈົ້າແລ້ວເຖິງວ່າມັນຈະຍາກພຽງໃດກະຈະຂໍເຮັດໃຫ້ເຖິງທີ່ສຸດເພາະຂ້ພະເຈົ້ກະໄດ້ເລືອກເດີນທາງສາຍນີ້ແລ້ວ ແລະ ຄວາມຝັນກະຕ້ອງເປີດກິດຈະການຂອງໂຕເອງໃຫ້ໄດ້ ການທີ່ເຮົາຈະເຮັດຕາມຄວາມຝັນຢ່າໄປສົນໃຈພຽງແຕ່ຄວາມຝັນເຮົາຕ້ອງສົນໃຈວ່າວິທີການຍ່າງຂອງເຮົາພ້ອມ ສົນໃຈຄົນອ້ອມຂ້າງ ສົນໃຈຄວາມມື້ນຊື່ນຂອງການເດີນທາງຂອງຊີວິດ ແລ້ວກະຈະໃຊ້ຊີວິດຢ່າງມີຄວາມສຸກ.
received_2159928454288840.png
I LOVE STEEMIT AND ESTEEM BY: @sakda.

Sort:  

พี่อ่านไม่ได้ติอันนี้
แต่โหวตไปแล้วน้า
คราวหน้าหนูเขียนไทยด้วยมั้ยอ่ะพี่จะได้อ่านด้วย

ไทยผมจะใส่แบบพอได้ความหมายนะ

ได้เลย🤗

ครับ

ซ่อมคอมพิวเตอร์เป็นด้วย เก่งมากๆ

กำลังเรียนครับพี่ต้น

Coin Marketplace

STEEM 0.29
TRX 0.12
JST 0.033
BTC 63381.65
ETH 3169.65
USDT 1.00
SBD 3.85