ວັນພັກຜ່ອນເບົາໆໃນວັນເສົາ

in #thai6 years ago (edited)

ສະບາຍດີຫມູ່ເພືອນຊາວsteemitທີ່ຮັກ ແລະ ຄິດຮອດຫມົດທຸກຄົນ ຟ່າງທີ່ເຮົາຮູ້ນຳກັນແລ້ວວ່າມື້ນີ້ເປັນມື້ວັນເສົາຊື່ງເປັນວັນພັກຜ່ອນຍ່ອນອາລົມຂອງຫລາຍໆຄົນທີ່ເມື່ອຍລ້າຈາກການເຮັດວຽກເຮັດງານ ບໍ່ວ່າຈະເປັນວຽກລັດຫຼືວຽກເອກະຊົນກໍ່ດີ ບາງຄົນທີ່ມີຄອບຄົວກໍ່ພາຄອບພາຄົວມາເລາະຫລີ້ນ ບາງຄໄນທີ່ຍັງໂສດກໍ່ພາຫມູ່ພາເພືອນມາເລາະຫລີ້ນ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ແລະ ມື້ນີ້ເອງຂ້ອຍກັບເພືອນໆກໍ່ໄດ້ພາກັນມານັ່ງຫລີ້ນກິນອາຫານເພີນໆຢູ່ທີ່ແກ້ງນູນ
FB_IMG_1529821040967.jpg
ຊື່ງແກ້ງນູນກໍ່ເປັນສະຖານທີ່ທ່ອງທ່ຽວແຫ່ງຫນື່ງທີ່ມີຊື່ສຽງ ແລະ ສວຍງາມຫລາຍ ໂດຍຕັ້ງຢູ່ໃຈກາງດອນສາຍແມ່ນ້ຳຄານ ທີ່ມີສາຍນ້ຳໄຫລສອງຝາກຂ້າງ
FB_IMG_1529821036166.jpg
ແລະເປັນສະຖານທີ່ທີ່ຕັ້ງຢູ່ບໍລິເວນຕົວເມືອງນະຄອນຫລວງພະບາງນັ້ນເອງ ໂດຍບໍ່ໃກ້ ແລະ ບໍ່ໄກເລີຍ ຊື່ງຫລາຍຄົນໃຫ້ຄວາມນິຍົມມາທ່ຽວຫຼີ້ນໃນເວລາພັກຜ່ອນໃນເວລາພັກລ້າພັກການຫລາຍທີ່ສຸດ😍
FB_IMG_1529821050481.jpg
ເພາະສະຖານທີ່ແຫ່ງນີ້ ມີບັນຍາກາດທີ່ສວຍສົດງົດງາມທາງດ້ານທຳມະຊາດ ແລະ ບັນຍາກາດທີ່ເຍັນສະບາຍ ເວລານັ່ງຫລີ້ນກິນເຂົ້າ
FB_IMG_1529821045107.jpg
ກໍ່ໄດ້ຍິນສຽງນ້ຳໄຫຼຜາດໆເປັນສາຍ ຊື່ງເຮັດໃຫ້ມີຄວາມເຍັນຊື່ນໃຈເມື່ອໄດ້ມາສຳພັດ ພ້ອມກັບໄດ້ກິນອາຫານທີ່ແຊບໆ ດື່ມເບຍເຍັນໆ ໂອຍ ຊິຫາໃສໄດ້ນໍ້ກັບການພັກຜ່ອນຍ່ອນອາລົມແບບນີ້ ຈະເອີ້ນໄດ້ວ່າມາຫາຍໃຈເອົາອົກຊີສົດໆເລີຍກະວ່າໄດ້😀 ເພາະໃນທີ່ນີ້ມີແຕ່ຕົ້ນໄມ້ໃບຫຍ້າກັບສາຍນ້ຳເທົ່ານັ້ນ ແລະ ອີກຢ່າງທີ່ຂ້ອຍມັກກະຄື ການຈັດສະຖານທີ່ ເປັນຕູບໆລຽນກັນຕາມລ້ອງແມ່ນ້ຳແບບນີ້ມຸງດ້ວຍຫຍ້າເຮັດຕູບດ້ວຍໄມ່ປ່ອງ ຊື່ງຈະເຮັດໃຫ້ຕູບມີຄວາມເຍັນໄປໃນຕົວຕື່ມອີກ ຊື່ງຂ້ອຍມັກຫລາຍ😍 ເຖິງຊິເຮັດວຽກພາຍໃນ5ມື້ຕໍ່ອາທິດ ກໍ່ຄຸ້ມແລ້ວແລະເນາະຖ້າ ອີກ 2 ມື້ໄດ້ພັກຜ່ອນແບບນີ້ ຫລາຍຄົນກະຄືຊິຫາຍເມື່ອຍປານປິດຖີ້ມພຸ້ນແລະເນາະ 😄ແລະ ອາຫານໃນທີ່ນີ້ກະບໍ່ຄ່ອຍແພງປານໃດ ຊື່ງລາຄາຕຳສຸດກະຢູ່ທີ່ 20,000 ກີບຂື້ນໄປຈົນຮອດ100,000ກີບ ສ່ວນໃຫຍ່ລາຄາ100,000ກີບນີ້ຈະແມ່ນຕົ້ມໄກ່ລາດ ເພາະຢູ່ຕາມຮ້ານຫຼືສະຖານທີ່ທ່ອງທ່ຽວຕ່າງໆເມນູນີ້ຈະແພງກວ່າຫມູ່ ເພາະມັນເປັນໄກ່ທຳມະຊາດທີ່ຫາກິນໄດ້ຍາກຫນ້ອຍຫນື່ງມັນກະເລີຍແພງ😃 ແຕ່ເຖິງຈະແພງຊຳໃດຖ້າເຮົາຍາກກິນແລ້ວ ເຮົາກໍ່ຕ້ອງສັ່ງມາກິນໃຫ້ມັນໄດ້ເນາະ ໃຫ້ມັນສົມໃຈຍາກ 555 ແຕ່ຍ່າລື່ມເດີ ຫມູ່ເພືອນsteemit ຖ້າຜູ້ໃດທີ່ໄດ້ມາຫລວງພະບາງກໍ່ຍ່າລື່ມໄປແວ່ຫຼີ້ນແກ້ງນູນກັນແດ່ຮັບຮອງວ່າບໍ່ຜິດຫວັງກັບບັນຍາກາດແນ່ນອນ ແຕ່ຂໍບອກໄວ້ກ່ອນເດີ ຖ້າຈະໄປຕ້ອງໄປໄວຫນ້ອຍຫນື່ງຖ້າບໍ່ຍ່າງນັ້ນສະຖານທີ່ມັນຊິເຕັມປະເສຍກ່ອນ ດຽວຊິອົດກັນ😆

Coin Marketplace

STEEM 0.28
TRX 0.13
JST 0.032
BTC 60648.94
ETH 2906.35
USDT 1.00
SBD 3.60